ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະດັບຫຼຽນໄຊພິລະອາດຫານໃຫ້ຄະນະກຳມະການ ປກຊ-ປກສ ແຂວງຄໍາມ່ວນ


   ພິທີປະດັບຫຼຽນໄຊພິລະອາດຫານໃຫ້ຄະນະກຳມະການປກຊ-ປກສ ແລະ ບັນດາສະຫາຍທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ແຂວງຄໍາມ່ວນ, ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເຈົ້າແຂວງ, ປະ ທານ ປກຊ-ປກສ ແຂວງ ຄຳມ່ວນ, ມີຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ, ຫ້ອງວ່າການກະຊວງປ້ອງກັນປະເທດ, ມີພະນັກງານຫລັກແຫຼ່ງ ກອງ ບັນຊາການທະຫານແຂວງ, ປກສ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຫົວຫນ້າການເມືອງກອງບັນຊາ ການທະຫານແຂວງຄໍາມ່ວນ,ຮອງປະທານຄະນະກຳມະການ ປກຊ-ປກສ ແຂວງ, ໄດ້ລາຍງານໂດຍຫຍໍ້ສະພາບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ຢູ່ ແຂວງຄໍາມ່ວນໃນໄລຍະຜ່ານມາ, ບົນພື້ນຖານສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ດ້ວຍ ການສຸມໃສ່ ເຮັດວຽກງານກໍ່ສ້າງຮາກຖານການເມືອງທັງຮູບການທາງເລິກ ແລະ ແບບມູນເຊື້ອເປັນປົກກະຕິ, ເຮັດໃຫ້ສະພາບຢູ່ຮາກຖານ ມີການຫັນປ່ຽນທີ່ຕັ້ງ ໜ້າຫຼາຍດ້ານ, ໄດ້ເປັນເຈົ້າການແກ້ໄຂໜໍ່ແໜງຂອງຄວາມບໍ່ສະຫງົບ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ ເຮັດໃຫ້ສະພາບປະກົດການຫຍໍ້ທໍ້ຕ່າງໆຫຼຸດ ລົງເທື່ອລະກ້າວ, ທາງດ້ານກຳລັງ ປກຊ-ປກສ ໄດ້ຮັບການປັບປຸງກໍ່ສ້າງທັງປະລິມານ ແລະ ຄຸນນະພາບ, ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ, ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ປະຕິບັດໜ້າທີ່ການເມືອງດ້ວຍຄວາມຫ້າວຫັນ, ພາຍໃນກຳລັງມີຄວາມສະຫງົບດີ, ສາ ມາດເປັນເສນາທິການໃຫ້ແກ່ຂັ້ນເທິງດ້ານວຽກງານ ປກຊ-ປກສ ແລະ ເຮັດສຳເລັດໜ້າທີ່ຕາມທີ່ໄດ້ຮັບມອບໝາຍ, ພື້ນຖານ ປກຊ-ປກສ ໄດ້ຮັບການພັດທະ ນາຕາມແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ປະຊາຊົນ ມີແນວຄິດການເມືອງໜັກແໜ້ນ, ເສດ ຖະກິດ-ວັດທະນາທຳ-ສັງຄົມ ໄດ້ມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ແລະ ຕາໜ່າງ ປກຊ- ປກສ ໄດ້ປັບປຸງກໍ່ສ້າງກ້າວສູ່ຄຸນນະພາບອັນໃໝ່ຫຼາຍດ້ານ. ຈາກນັ້ນ, ສະຫາຍ ພັນເອກ ຈັນມີ ໄຊສົມພອນ ຮອງຫົວ ຫນ້າກົມນະໂຍບາຍກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການປະດັບຫຼຽນໄຊພິລະອາດ ຫານໃຫ້ຄະນະກຳມະການປກຊ-ປກສ ແລະ ບັນດາສະຫາຍທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວແຂວງ ຄໍາມ່ວນ, ໃນນັ້ນ, ປະດັບຫຼຽນໄຊພິລະອາດຫານຊັ້ນ I ຈໍານວນ 3 ສະຫາຍ, ປະດັບຫຼຽນໄຊພິລະອາດຫານຊັ້ນ II ຈຳນວນ 13 ສະຫາຍ ແລະ ປະດັບຫຼຽນໄຊ ພິລະອາດຫານຊັ້ນ III ຈໍານວນ 12 ສະຫາຍ. ໂອກາດນີ້, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາສໍາຄັນຕໍ່ການນໍາຂອງ ແຂວງກໍຄື ຄະນະກໍາມະການປກຊ-ປກສແຂວງຄໍາມ່ວນ ບາງຕອນໄດ້ເນັ້ນໜັກໃຫ້ສືບຕໍ່ເສີມຂະ ຫຍາຍມູນເຊື້ອ, ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມ ກັນນັ້ນ, ກໍຕ້ອງສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຮັບປະກັນເຮັດໃຫ້ສະພາບພາຍໃນທົ່ວແຂວງມີ ຄວາມສະຫງົບຫນັກແໜ້ນ, ຍູ່ທ່າງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ແຂງແຮງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີ ຂຶ້ນເທື່ອລະກ້າວ.



ແຫຼ່ງທີ່ມາ:ໜັງ​ສື​ພິມກອງ​ທັບ
ວັນທີ 16/05/2023